ສຸດແປກ !! ເທດສະການແກວ່ງຂີ້ງົວໃສ່ກັນ ທີ່ປະເທດອິນເດຍ
ລັດ Tamil Nadu, ປະເທດອິນເດຍ ໄດ້ມີເທດສະການແກວ່ງຂີ້ງົວໃສ່ກັນ ໂດຍຊາວໄດ້ຕັກຂີ້ງົວມາກອງແລ້ວປັ້ນເປັນກ້ອນ ແລະ ແກວ່ງໃສ່ກັນຄືກັບກ້ອນຫິມະ ໃນອາທິດທີ່ຜ່ານມາ
ເນື່ອງໃນເທດສະການ Gorehabbaເຊິ່ງເປັນສ່ວນໜຶ່ງຂອງງານເທດສະການ Diwali ຫຼື ງານປີໃໝ່ຂອງຊາວຮີນດູ ເປັນເທດສະການສຳຄັນຂອງອິນເດຍ
ເທດສະການນີ້ ຫຼາຍເຂດໂດຍສະເພາະທີ່ລັດ Tamil Nadu ທາງພາກໃຕ້ຂອງອິນເດຍ ຈະມີການຈັດງານເທດສະການແກວ່ງຂີ້ງົວໃສ່ກັນ ເຊິ່ງເປັນປະເພນີທ້ອງຖິ່ນຈັດສືບຕໍ່ກັນມາຫຼາຍຮ້ອຍປີ.